ຄຳຕິຊົມຈາກອົງກອນ
ອາດາ ພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການພັດທະນາບຸກຄະລາກອນໃຫ້ກັບຫຼາຍອົງກອນຊັ້ນນຳ.
ຈາກອົງກອນ
…ພະນັກງານຂອງຂ້ອຍມັກຮຽນພາສາອັງກິດ ແລະ ມັນເປັນໂອກາດທີ່ດີສຳລັບພວກເຂົາທີ່ໄດ້ຮຽນກັບ Christa (ຄູສອນຕ່າງປະເທດ). ຫຼັກສູດແມ່ນດີ ແຕ່ພະນັກງານມີຄວາມຫຍຸ້ງຍາກໃນການຈັດສັນເວລາເນື່ອງຈາກວຽກທີ່ໜັກໜ່ວງຂອງພວກເຂົາ.
Ms. Jibby Phousavanh Chanthalangsy
General Manager · DAEHAN KOLAO Group Savannakhet
ຄວາມຊຳນານດ້ານພາສາອັງກິດແມ່ນພາກສ່ວນໜຶ່ງທີ່ສຳຄັນໃນການຮັກສາການປະຕິບັດງານການບິນສາກົນໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບ. ໃນຂະນະທີ່ Pactec ສະແຫວງຫາການສົ່ງເສີມຄວາມປອດໄພ ແລະ ເພີ່ມຄວາມສາມາດໃນຂະແໜງການບິນຂອງ ສປປ ລາວ ຜ່ານການສຶກສາ, ພວກເຮົາມີຄວາມຮູ້ບຸນຄຸນສຳລັບໂອກາດໃນການຮ່ວມມືກັບຊ່ຽວຊານດ້ານພາສາຢູ່ ARDA ເພື່ອຍົກລະດັບ ແລະ ຮັກສາຄວາມສາມາດດ້ານພາສາອັງກິດຂອງບຸກຄະລາກອນການບິນໃນລາວ. ຈາກປະສົບການການເຮັດວຽກຮ່ວມກັບ ARDA, ພວກເຮົາມີຄວາມຊື່ນຊົມໃນຄວາມກະຕືລືລົ້ນທີ່ພະນັກງານ ARDA ນຳມາສູ່ການສອນພາສາອັງກິດ ແລະ ຄວາມເອົາໃຈໃສ່ຢ່າງແທ້ຈິງທີ່ພວກເຂົາສະແດງຕໍ່ນັກຮຽນແຕ່ລະຄົນ. ນອກຈາກນີ້, ຄວາມເຕັມໃຈຂອງ ARDA ໃນການປັບປຸງ ແລະ ຕອບສະໜອງຄວາມຕ້ອງການດ້ານຕາຕະລາງເວລາ ແລະ ເນື້ອໃນສະເພາະຂອງນັກຮຽນທີ່ເປັນບຸກຄະລາກອນການບິນແມ່ນມີຜົນປະໂຫຍດຢ່າງຫຼວງຫຼາຍ. ການລວມກັນຂອງຄູສອນພາສາອັງກິດທີ່ມີຄຸນວຸດທິ ແລະ ປະສົບການ, …
Mr. Eric Walter
Country Manager · PACTEC
ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ (DICT) ໄດ້ຮັບການສະໜັບສະໜູນທາງດ້ານການເງິນຈາກອົງການພັດທະນາຝຣັ່ງ (AFD) ເພື່ອຈັດຕັ້ງປະຕິບັດໂຄງການປົກປັກຮັກສາ, ອະນຸລັກຮັກສາພັດທະນາມໍລະດົກວັດທະນະທຳ ແລະ ຄວາມດຶງດູດຂອງແຂວງສະຫວັນນະເຂດ. ໜຶ່ງໃນບັນຫາຕົ້ນຕໍທີ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການມີຄວາມຫຍຸ້ງຍາກແມ່ນພາສາຕ່າງປະເທດ. ຄະນະກຳມະການປະສານງານໂຄງການ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໂຄງການ ຍັງບໍ່ສາມາດສື່ສານກັບຊ່ຽວຊານຕ່າງປະເທດຂອງໂຄງການເປັນພາສາອັງກິດໄດ້. ດັ່ງນັ້ນ, ໂຄງການຈຶ່ງມີແຜນຝຶກອົບຮົມພາສາອັງກິດໃຫ້ແກ່ພະນັກງານຂອງ DICT ແຂວງ ຈຳນວນ 25 ຄົນ. ແລະ ໂຄງການໄດ້ເລືອກສູນພາສາອັງກິດ ARDA ເພື່ອຊ່ວຍສອນ ແລະ ໃຫ້ທັກສະພາສາອັງກິດແກ່ພະນັກງານຂອງພວກເຮົາ. ສູນພາສາອັງກິດ ARDA ແມ່ນສະຖາບັນການສຶກສາທີ່ມີຄວາມຊ່ຽວຊານໃນການສອນພາສາອັງກິດໃຫ້ແກ່ຄົນລາວໃນລະດັບ ແລະ ອາຍຸຕ່າງໆ …
Mr. Sadsada Phongnahak
Champa Project Coordinator · Department of Information, Culture and Tourism, Savannakhet Province